หน้าแรก ตรวจหวย เว็บบอร์ด ควิซ Pic Post แชร์ลิ้ง หาเพื่อน Chat หาเพื่อน Line หาเพื่อน Skype Page อัลบั้ม คำคม Glitter เกมถอดรหัสภาพ คำนวณ การเงิน
ติดต่อเว็บไซต์ลงโฆษณาลงข่าวประชาสัมพันธ์แจ้งเนื้อหาไม่เหมาะสมเงื่อนไขการให้บริการ
News บอร์ดต่างๆค้นหาตั้งกระทู้

น้ำท่วมกะทันหัน สปปลาว

โพสท์โดย phengsy

#ນໍ້າຖ້ວມກະທັນຫັນ
ເກີດນໍ້າປ່າໄຫຼສຸ ຖ້ວມເຮືອນຊານ ຂອງປະຊາຊົນ ທີ່ຢູ່ແຄມແມ່ນໍ້າຍຸງ ເມືອງຫ້ວຍຊາຍ.
---
ໃນຄໍ່າຄືນຂອງວັນທີ 10 ກັນຍາ 2023 ນິ້; ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ມີຝົນຕົກເລີ່ມແຕ່ເວລາ 10 ໂມງ ເປັນຕົ້ນໄປ ແລະ ຕົກໜັກໜັກຢູ່ບາງເຂດ ຕິດຕໍ່ກັນເປັນເວລາຫຼາຍຊົ່ວໂມງ.ທ່ານ ຄໍາມີ ນາຍບ້ານໆບໍ່ເຫຼັກ ກຸ່ມປາງປອດ ທີ່ຢູ່ໃນເຫດການໃຫ້ຮູ້ວ່າ: ເນື່ອງຈາກວ່າມີຝົນຕົກໜັກ ຮອດເວລາ 4 ໂມງ ເຊົ້າຂອງວັນທີ 11 ກັນຍາ ນີ້; ໄດ້ມີນໍ້າປ່າໄຫລສຸ ລົງສູ່ແມ່ນໍ້າສາຍຕ່າງໆ ແລ້ວໄປປ່ອງໃສ່ແມ່ນໍ້າຍຸງ ກໍ່ໃຫ້ເກີດມີນໍ້າຖ້ວມຢ່າງກະທັນຫັນ ຖ້ວມເຮືອນຊານ, ບ້ານຊ່ອງ, ຖະໜົນຖົນທາງ ໂດຍສະເພາະແມ່ນບ້ານບໍ່ເຫຼັກ,ບ້ານໂພນທອງ,ບ້ານນໍ້າຈ້າງ,ບ້ານນໍ້າຕອຍ,ບ້ານໄຊຈະເລີນ ແລະ ບ້ານອື່ນໆ ທີ່ຕັ້ງຢູ່ລຽບຕາມແຄມສາຍແມ່ນໍ້າຍຸງ.ໄດ້ສ້າງຄວາມເສຍຫາຍເປັນຈຳນວນຫລາຍ.ເຮັດໃຫ້ມີສັດລ້ຽງຂອງປະຊາຊົນປະເພດ ເປັດ,ໄກ່, ງົວ ຖືກນໍ້າພັດໄປໄຫຼຕາມກະແສ່ນໍ້າ ໃນນີ້, ມີງົວຕາຍ 6 ໂຕ ແລະ ເຄື່ອງໃຊ້ ໂຮງສີເຂົ້າ,ລົດຈັກ, ລົດໄຖນາ,ປໍ້ານໍ້າມັນ ແລະ ເຄື່ອງໃຊ້ຕ່າງໆພາຍໃນຄົວເຮື່ອນຖືກນໍ້າຖ້ວມ ບາງບ່ອນລະດັບນໍ້າຂຶ້ນສູງຮອດ 1 ແມັດ ປະຊາຊົນໄດ້ຊ່ວຍກັນເກັບເຄື່ອງຂອງ ເພື່ອໄປໄວ້ບ່ອນສູງຮັບປະກັນຄວາມປອດໄພນອກຈາກນິ້, ນໍ້າຍັງຖ້ວມເນື້ອທີ່ທໍາການຜະລິດ ຂອງປະຊາຊົນ ເຂົ້ານາປີ ແລະ ພືດຜັກຕ່າງໆ.ນີ້ແມ່ນຂໍ້ມູນເບື້ອງຕົ້ນ ທີ່ນັກຂ່າວແຂວງ ໄດ້ລົງເກັບກໍາ ແລະ ບັນຖືກພາບຕົວຈິງ. ສ່ວນຜົນເສຍຫາຍນັ້ນ ແມ່ນຢູ່ໃນໄລຍະ ທີ່ທາງການຈັດຕັ້ງບ້ານ ແລະ ພາກສ່ວນທີ່ກ່ຽວ ເກັບກໍາຂໍ້ມູນລະອຽດ ແລະ ຈະລາຍງານໃຫ້ຮູ້ອີກຕໍ່ໄປ.

ສະນັ້ນ, ຂໍໃຫ້ປະຊາຊົນ, ທົ່ວແຂວງບໍ່ແກ້ວ ຈົ່ງເປັນເຈົ້າການ ໃນການຕິດຕາມ ເຝົ້າລະວັງ ແລະ ຕິດຕາມສະພາບດິນຟ້າອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈໍາ ໂດຍສະເພາະແມ່ນປະຊາຊົນ ທີ່ອາໄສຢູ່ລຽບຕາມສາຍນ້ຳຕ່າງໆ ຕ້ອງເຝົ້າລະວັງເປັນພິເສດ,ໃນການກະກຽມຄວາມພ້ອມຮັບມືເຫດການນໍ້າຖ້ວມຈະເກີດຂຶ້ນ.

## ຂ່າວ: ເງິນຫຼົງ ຈິດພູວົງ.
# ຂໍ້ມູນ-ພາບ: ທອງສະຫວັດ ແລະ ສອນໄຊ.

แปลโดย: phengsy password.228899
ที่มา: ປະກາດ Pakaad
⚠ แจ้งเนื้อหาไม่เหมาะสม 
phengsy's profile


โพสท์โดย: phengsy
เป็นกำลังใจให้เจ้าของกระทู้โดยการ VOTE และ SHARE
Hot Topic ที่น่าสนใจอื่นๆ
มิสแกรนด์กัมพูชาประกาศลั่น! จะไม่ให้เกิดการจัดประกวด MGI ในกัมพูชาอีก หลังดราม่าหนัก!โดเมนสายเทคโนโลยี .io อาจหายไปเงินดิจิทัล 10,000 บาท โอนซ้ำ 3 รอบ แจกรอบแรก ต.ค. นี้
Hot Topic ที่มีผู้ตอบล่าสุด
nuisance: ความรำคาญยุคอดีตของวงอิสซึ่น ( ISN'T )คนแห่สงสัย ไม่เคยเห็นคนแต่งชุดข้าราชการ ขึ้นรถเมล์-รถไฟฟ้า ผู้รู้เฉลยความลับผู้เข้าประกวด Miss Grand 2024 ปลื้มไทยแลนด์ ดินแดนแห่งความอบอุ่นโยกหมดแล้ว! งัดเซฟ “แม่ตั๊ก-ป๋าเบียร์” 1 ชั่วโมง นาฬิกา 12 เรือน หายเกลี้ยงไทยโชว์เหนือ จัดงานมิสแกรนด์อินเตอร์ฯ เป๊ะปัง ในเวลาแค่วันเดียว หลังเจ้าภาพเดิมพังไม่เป็นท่า
กระทู้อื่นๆในบอร์ด ข่าววันนี้
อัพเดทเงินดิจิทัล 10,000 บาทล่าสุด! คนทั่วไปเฟส 2 ตรวจสอบสถานะได้แล้ววันนี้เกาหลีเหนือสั่งประหารโสเภณี ผู้นำรู้สึกสงสารสั่งอภัยโทษทันทีพายุเฮอริถล่ม เจ้าหน้าที่ฟลอริดาขอให้ทุกคน เขียนประวัติบนร่างกายพายุเฮอริเคนถล่มมะกัน นายกเทศมนตรีเตือน "ไม่อพยพ ตายแน่"
ตั้งกระทู้ใหม่