ระมัดระวังมิจฉาชีพ
ໃຜຈະໄປເຮັດວຽກຢູ່ຕ່າງປະເທດ ຄວນລະມັດລະວັງໄວ້
ຖ້າບໍ່ຢາກຖືກຫຼອກ ປະຈຸບັນມີປະຊາຊົນຫຼາຍຮ້ອຍຄົນຈ່າຍເງິນແລ້ວບໍ່ໄດ້ໄປ ທວງເງິນຄືນກະບໍ່ໄດ້
ທ້າຊີວາ ວິມາລາ ປະທານບໍລິສັດເອັສເຊີວິດສ
ບໍລິສັດນີ້ໄດ້ຮັບເຮັດວິຊາ ເພື່ອນຳຄົນໄປເຮັດວຽກຢູ່ເກົ່າຫຼີໄຕ້
ໂດຍຮ່ວມມືກັບກົມພັດທະນາວິຊາຊີຊາວໜຸ່ມ
ໃຫ້ນັດຮຽນນັກສືກສາ ແລະປະຊາຊົນທົ່ວໄປມາລົງສະມັກຮຽນ
ແລະອອກວີຊາ ໃຫ້ເພື່ອໄປເຮັດວຽກຢູ່ເກົ່າຫຼີໄຕ້
ໂດຍການສ້າງຄວາມເຊື່ອໝັ້ນໃຫ້ຄົນດ້ວຍການ
ໄປພົບປະກັບຄົນມີສື່ສຽງ ແລະຄົນທີ່ມີອຳນາດ ແລ້ວນຳມາ
ໂພສລົງເພຈຂອງບໍລິສັດ ເພື່ອໃຫ້ຄົນເຊື່ອໝັ້ນໃນບໍລິສັດນີ້
ເຊັ່ນໄປພົບ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລລີ ແລະການສື່ສານ ແລະເຊີນໃຫ້ ບີຢ່າ ຢາທໍ່ຕູ້ ຫົວໜ້າກົມພັດທະນາ ວິຊາຊີບຊາວໜຸ່ມ ມາຮ່ວມງານໃນບໍລິສັດຕະຫຼອດ
ແລະປະທານບໍລິສັດນີ້ກໍ່ໄດ້ຮັບການຍ້ອງຍໍຈາກ
ທາງພາກລັດແລະພາກທຸລະກິດ ຈົນຄົນຈຳນວນຫຼາຍເຊື່ອວ່າ
ຜູ້ກ່ຽວຈະບໍ່ຕົ້ມຕຸນຫຼອກລວງ ຖ້າແລ່ນວີຊາບໍ່ໄດ້ ບໍ່ໄດ້ໄປເຮັດວຽກ
ກໍ່ຈະສົ່ງເງິນຄືນ ສຸດທ້າຍຫຼາຍຮ້ອຍຄົນເສຍເງິນໄປແລ້ວ ແຕ່ບໍ່ໄດ້ໄປເຮັດວຽກຕາມຕົກລົງກັນ ຂໍເງິນຄືນກໍ່ບໍ່ໄດ້ ແລະຜູ້ກ່ຽວກໍ່ປະຕິການຮັບຜິດຊອບ ອ້າງວ່າຄວາມຮັບຜິດຊອບເປັນຂອງບໍລິສັດ
ທັ້ງທີ່ຜູ່ກ່ຽວກໍ່ເປັນປະທານບໍລິສັດ
ສຸດທ້າຍນີ້ຂໍໃຫ້ທຸກຄົນມີສະຕິ ລະມັດລະວັງ ອາດເສຍເງິນ
ຈຳນວນມະຫາສານ ຈາກກຸ່ມຄົນພວກນີ້