หน้าแรก ตรวจหวย เว็บบอร์ด ควิซ Pic Post แชร์ลิ้ง หาเพื่อน Chat หาเพื่อน Line หาเพื่อน Skype Page อัลบั้ม คำคม Glitter เกมถอดรหัสภาพ คำนวณ การเงิน
ติดต่อเว็บไซต์ลงโฆษณาลงข่าวประชาสัมพันธ์แจ้งเนื้อหาไม่เหมาะสมเงื่อนไขการให้บริการ
News บอร์ดต่างๆค้นหาตั้งกระทู้

ข่าวประเทศลาววันี้

โพสท์โดย phengsy

ນະຄອນຫລວງວຽງຈັນ ສາມາດບ້ານພົ້ນທຸກໄດ້ 100%

ທ່ານ ແສງອາລຸນ ສຸລິຍະວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ IIໃນວັນທີ 8 ກໍລະກົດ 2024 ວ່າ: ຜົນການປະເມີນໄລຍະກາງ ມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ຕາມດໍາລັດ 348/ລບ. ນະຄອນຫຼວງວຽງຈັນ ປະກອບມີ 9 ເມືອງ, 481 ບ້ານ, 13.158 ໜ່ວຍ, 154.811 ຄອບຄົວ, ພົນລະເມືອງທັງໝົດຈໍານວນ 745.329ຄົນ, ເປັນຍິງ 384.111 ຄົນ, ມີ 03 ເຂດຈຸດສຸມພັດທະນາ, ການສ້າງບ້ານໃຫຍ່ ເປັນຕົວເມືອງນ້ອຍໃນຊົນນະບົດ.

ດ້ານການພົ້ນທຸກ: ມາຮອດປັດຈຸບັນ ສາມາດສ້າງຄອບຄົວພົ້ນທຸກໄດ້ 152.985 ຄອບຄົວ ເທົ່າກັບ 98,89% ຂອງຈໍານວນຄອບຄົວທັງໝົດ 154.811 ຄອບຄົວ, ສ້າງບ້ານພົ້ນທຸກບັນລຸ ຈຳນວນ 481 ບ້ານເທົ່າກັບ 100% ແລະ ສ້າງເມືອງພົ້ນທຸກບັນລຸ ຈໍານວນ 9 ເມືອງ ເທົ່າກັບ 100%.

ສ່ວນດ້ານການພັດທະນາ: ສ້າງຄອບຄົວພັດທະນາ ບັນລຸຕາມມາດຕະຖານຈໍານວນ 139.735 ຄອບຄົວເທົ່າກັບ 90,27%, ສ້າງບ້ານພັດທະນາບັນລຸຕາມມາດຕະຖານຈໍານວນ 353 ບ້ານເທົ່າກັບ 73,39%, ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ (ບ້ານໃຫຍ່ນາຈະເລີນ ແລະ ບ້ານຊ້ຳ) ເມືອງ ສັງທອງ ຕາມຂໍ້ຕົກລົງເລກທີ 65/ນຍ ບັນລຸຕາມ 14 ມາດຕະຖານ ສໍາເລັດ 100%. ນອກຈາກນີ້ ຍັງສ້າງເຂດຈຸດສຸມພັດທະນາ (ນາໂງມ-ນາຕານ)ເມືອງໄຊທານີໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ຕາມຂໍ້ຕົກລົງເລກທີ 72/ນຍ ຕາມ 14 ມາດຕະຖານ, ບັນລຸ 12 ມາດຕະຖານ ເທົ່າ 87,5%.
ສ່ວນການສ້າງເມືອງເຂັ້ມແຂງຮອບດ້ານຕາມ 10 ມາດຕະຖານ ບັນລຸ ຈຳນວນ 06 ເມືອງ (ເມືອງຈັນທະບູລີ, ເມືອງສີໂຄດຕະບອງ, ເມືອງໄຊເສດຖາ, ເມືອງສີສັດຕະນາກ, ເມືອງຫາດຊາຍຟອງ, ເມືອງສັງທອງ ແລະ ບໍ່ບັນລຸ 03 ເມືອງຄື: ເມືອງນາຊາຍທອງ, ເມືອງໄຊທານີ ແລະ ເມືອງປາກງື່ມ) ປະຕິບັດໄດ້ 66,66%.

#ຂ່າວພາຍໃນ_ລາວພັດທະນາ #ນະຄອນຫລວງວຽງຈັນ #ວຽກງານແກ້ໄຂ

ขอบคุณเนื้อหา และสามารถติดตามเพิ่มเติมได้ที่: หนังสือพิมพ์เราพัฒนา
⚠ แจ้งเนื้อหาไม่เหมาะสม 
phengsy's profile


โพสท์โดย: phengsy
เป็นกำลังใจให้เจ้าของกระทู้โดยการ VOTE และ SHARE
Hot Topic ที่น่าสนใจอื่นๆ
Hot Topic ที่มีผู้ตอบล่าสุด
"ลีน่า จัง" ร่ำไห้ ซัด! "หนุ่ม กรรชัย" ทำลายชีวิต..พิธีกรดังโต้กลับ ไม่ให้ค่า!!ชินนารา มาดินกูโลวา: ผู้พิชิตข้อจำกัดทางกายภาพ โดยการยิงธนูด้วยเท้าตำรวจออกหนังสือด่วน เน้นเข้มงวดกับ ‘เจ้าหนี้นอกระบบ’ ที่ข่มขู่ทวงเงินหมื่น หากพบเจอให้จับกุมทันที!
กระทู้อื่นๆในบอร์ด ข่าววันนี้
ไม่ได้โม้! ซุปเปอร์บอน น็อค โจ ณัฐวุฒิ ชนะยก 1จีนเจน Z ปรับตัวเข้ากับ "เศรษฐกิจของเลียนแบบ" ท่ามกลางวิกฤตเศรษฐกิจชายส่งอาหารชาวจีนวัย 55 ปี เสียชีวิตหลังทำงาน 18 ชั่วโมงต่อวัน ทิ้งครอบครัวไว้ในความยากลำบากP.Diddyไม่กล้ากินอาหาร!กลัวถูกวางยาในคุก!
ตั้งกระทู้ใหม่