หน้าแรก ตรวจหวย เว็บบอร์ด ควิซ Pic Post แชร์ลิ้ง หาเพื่อน Chat หาเพื่อน Line หาเพื่อน Skype Page อัลบั้ม คำคม Glitter เกมถอดรหัสภาพ คำนวณ การเงิน
ติดต่อเว็บไซต์ลงโฆษณาลงข่าวประชาสัมพันธ์แจ้งเนื้อหาไม่เหมาะสมเงื่อนไขการให้บริการ
News บอร์ดต่างๆค้นหาตั้งกระทู้

ເກີດຫຍັງຂື້ນກັບລະບົບການສຶກສາໃນລາວ?

โพสท์โดย Ready to world

ປະເດັນຮ້ອນ!!! ເມື່ອສັງຄົມແຮ່ຖາມຫາເຫດຜົນກັບກະແສທີ່ຊາວໂຊຊ່ຽວ (social) ພາກັນແຊສະນັ່ນ ຂ່າວເກີດຫຍັງຂື້ນກັບລະບົບການສຶກສາໃນລາວ? ເນື່ອງຈາກວ່າຕົວເລກນັກສຶກສາທີ່ສະໝັກເຂົ້າສອບເສງຮຽນວິຊາຊີບໃນທົ່ວປະເທດ 4 ມະຫາວິທະຍາໄລແຫ່ງຊາດ ໃນສົກຮຽນປີ 2023-2024 ເປັນຕົວເລກທີ່ນ່າຕົກໃຈ!  

ຈາກຂໍ້ມູນຕົວເລກຈຳນວນນັກຮຽນທີ່ລົງຊື່ເຂົ້າສອບເສັງຮຽນວິຊາຊີບໃນທົ່ວປະເທດ 4 ມະຫາວິທະຍາໄລແຫ່ງຊາດ ຈຳນວນທີ່ຕອ້ງການທັງໝົດແມ່ນ 11.175 ຄົນ ແຕ່ຈຳນວນນັກຮຽນທີລົງຊື່ມີພຽງແຕ 8.416 ຄົນຄື: 

1. ມະຫາວິທະຍາໄລແຫ່ງຊາດ (ນະຄອນຫຼວງວຽງຈັນ)  ຜູ້ລົງທະບຽນ 7.440 ຄົນ  (111,24%) ຕ້ອງການ 6.688 ຄົນ ລວມ ທັງໃນແຜນ ແລະ ນອກແຜນ

2. ມະຫາວິທະຍາໄລສຸພານຸວົງ (ແຂວງຫຼວງພະບາງ)  ຜູ້ລົງທະບຽນ 484 ຄົນ  (30,90%) ຕ້ອງການ 1.566 ຄົນ ລວມ ທັງໃນແຜນ ແລະ ນອກແຜນ

3. ມະຫາວິທະຍາໄລສະຫວັນນະເຂດ (ແຂວງ ສະຫວັນນະເຂດ)  ຜູ້ລົງທະບຽນ 271 ຄົນ (18,88%) ຕ້ອງການ 1.516 ຄົນ ລວມ ທັງໃນແຜນ ແລະ ນອກແຜນ

4. ມະຫາວິທະຍາໄລຈຳປາສັກ  (ແຂວງ ຈຳປາສັກ)  ຜູ້ລົງທະບຽນ 221 ຄົນ  (15,73%) ຕ້ອງການ 1.405 ຄົນ ລວມ ທັງໃນແຜນ ແລະ ນອກແຜນ 

ຈາກຕົວເລກຂ້າງເທິງນັ້ນເຫັນໄດ້ວ່າ ມີຄົນລົງທະບຽນເຂົ້າສອບເສັງໜ້ອຍຫຼາຍເມື່ອທຽບກັບຄວາມຕ້ອງການຂອງມະຫາວິທະຍາໄລແຕ່ລະແຫ່ງ ແລະ ສະຖິຕິຕົວເລກຂອງປີຜ່ານໆມາ. ຕໍ່ເຫດຫານນີ້ເຊິ່ງມີຄົນຈຳນວນໄດ້ອອກມາສະແດງຄວາມຄິດເຫັນວ່າ ສາເຫດອາດມາຈາກສະພາບເສດຖະກິດ ແລະ ຕະຫຼາດແຮງງານຂອງລາວທີ່ບໍ່ສາມາດຮອງຮັບ ແລະ ສ້າງອາຊີບໃຫ້ນ້ອງໆນັກຮຽນທີ່ຮຽນຈົບວິຊາຊີບໄດ້ເທົ່າທີ່ຄວນ ເນື່ອງຈາກສະພາບການທີ່ຜ່ານມາມີນັກສຶກສາຄົນທີ່ຈົບການສຶກສາ (ບໍ່ວ່າຈະຮຽນເກັ່ງໄດ້ຄະແນນດີ,ຈົບມາແຕ່ຕ່າງປະເທດ ຫຼື ຜູ້ຮຽນບໍ່ເກັ່ງແຕ່ກໍພໍມີຄວາມສາມາດໃນໂຕ) ຫຼາຍຄົນຍັງຕ້ອງພົບກັບບັນຫາການຫາງານທີ່ຍາກ ແລະ ຄ່າແຮງງານທີ່ຕໍ່າບໍ່ສາມາດລ້ຽງຊີບໄດ້ ເມື່ອທຽບກັບຄ່າຄົງຊີບໃນປະຈຸບັນ.  

 

ບາງຄົນກໍວ່າ ຍ້ອນລະບົບຕົວເລກໂກຕ້າພະນັກງານລັດມີໜ້ອຍ ແລະ ບໍ່ທົ່ວເຖິງ ມີພະນັກງານອາສາສະໝັກຫຼາຍຄົນທີ່ເຮັດຮັບໃຊ້ສັງຄົມມາຫຼາຍປີແຕ່ຍັງບໍ່ໄດ້ຮັບໂກຕ້າເງິນເດືອນ ເຮັດໃຫ້ຊ່ວງ 2-3 ປີມານີ້ ມີພະນັກງານອາສາສະໝັກ (ພະນັກງານລັດ) ໄດ້ພາກັນລາອອກເປັນຈຳນວນຫຼາຍ ເພື່ອຊອກຫາວິທີຫາລ້ຽງຊີບອື່ນທີ່ຈະສາມາດຊ່ວຍໃຫ້ຊີວິດການເປັນຢູ່ດີຂື້ນ 

ເຊິ່ງປະຈຸບັນມີຫຼາຍຄົນເລືອກທີ່ຈາກອອກໄປຫາວຽກເຮັດຢູ່ຕ່າງປະເທດ ເຊັ່ນ: ປະເທດໄທ, ເກົາຫຼີ, ຍີ່ປຸ່ນ... ເປັນຕົ້ນ ເພາະເຖິງຈາກລຳບາກແຕ່ຈະໄດ້ຮັບຄ່າແຮງງານສູງ ສາມາດສົ່ງກັບມາໃຫ້ຄອບຄົວ ແລະ ບາງຄົນກໍສາມາດເກັບເງິນກັບມາສ້າງຕົນໄດ້ 

 

ແລ້ວທ່ານແດ່ຄິດວ່າຍ້ອນເຫດຜົນໃດ ນ້ອງໆນັກຮຽນທີ່ຈົບ ມ 7 ໃໝ່ໆຈຶ່ງເລືອກທີ່ຈະບໍ່ເຂົ້າຮຽນສາຍວິຊາຊີບສະເພາະ ?   

ຫາທ່ານຄິດບໍ່ອອກ ແອດມີຕົວເລືອກໃຫ້:

1, ຮຽນຈົບມາບໍ່ມີວຽກເຮັດ 

2, ຮຽນຈົບໃຊ້ເງິນຫຼາຍລ້ານ ໃຊ້ເວລາຫຼາຍປີ ແຕ່ເງິນພື້ນຖານເລີ່ມຕົ້ນພຽງ 1 ລ້ານປາຍຕໍ່ເດືອນ ບໍ່ພໍໃຊ້ ຫຼື ບາງຄົນອາດໄດ້ເງິນເດືອນພໍໃຊ້ແຕ່ບໍ່ພໍເກັບ

3, ພໍ່ແມ່ມີພື້ນຖານດີ ມີທຸລະກິດໃຫ້ເຮັດແລ້ວ ບໍ່ຈຳເປັນຮຽນ

4, ເລືອກເຮັດສິ່ງທີ່ມັກດີກວ່າ ວຽກງານອິດສະຫຼະ 

5, ເປັນແມ່ຄ້າພໍ່ຄ້າ ເລັ່ງຫາເງິນດີຫວ່າ 

6, ເລືອກໄປເຮັດວຽກຢູ່ຕ່າງປະເທດໄດ້ຄ່າຈ້າງຫຼາຍກວ່າ 

 

โพสท์โดย: Ready to world
อ้างอิงจาก: facebook: Sourioudong Sundara , https://www.nuol.edu.la/
⚠ แจ้งเนื้อหาไม่เหมาะสม 
Ready to world's profile


โพสท์โดย: Ready to world
เป็นกำลังใจให้เจ้าของกระทู้โดยการ VOTE และ SHARE
Hot Topic ที่น่าสนใจอื่นๆ
อนาคตดับสลาย! สาวเจ้าของร้านเสื้อผ้าวัย 30 ดิ่งตึกชั้น 5 ห้างดังย่านลาดพร้าว เครียดธุรกิจ-โรครุมเร้า"ปอบตาพวง" ปอบตนแรกที่ถูกบันทึกในประวัติศาสตร์ พ.ศ.2435 (ร.ศ.111)อวสานหวยใต้ดิน เริ่มแล้ว เปิดขั้นตอนการซื้อหวย 3 หลัก กับกองสลาก ไม่มีเลขอั้น จ่ายเต็มทุกบิล มั่นคงปลอดภัย รัฐบาลเป็นประกันกันต์ กันตถาวร เข้าพบตำรวจ ปคบ. ไม่หลบสื่อ ตอบคำถามเกี่ยวกับภรรยา ขณะที่ทนายเร่งพาไปพบพนักงานสอบสวนเซอร์ไพรส์แรงแซงทุกดราม่า เปิดโฉมหน้า "มิสขี้เมา 2025" บอกเลย สวยโลกตะลึง!!ไทยลงนามข้อตกลงการขาย First Win 4x4 แก่ปากีสถาน พร้อมการผลิตในประเทศ 100 คัน'มินนี่'ช้างดาราสุดน่ารักจากสุรินทร์!‘ตานเสียสีรุ้ง’ หรือ "Rainbow Mountains" ในเมืองจางเย่ มณฑลกานซู่หิมะเคยตกที่ไทยมั้ย และ ในอนาคตจะมีโอกาสที่หิมะจะตกที่ไทยมั้ย?
Hot Topic ที่มีผู้ตอบล่าสุด
เจ้าจอมนางนี้ชีวิตน่าสงสารรอบกายมีแต่คนอิจฉาพาให้ปลิดชีพตัวเองอวสานหวยใต้ดิน เริ่มแล้ว เปิดขั้นตอนการซื้อหวย 3 หลัก กับกองสลาก ไม่มีเลขอั้น จ่ายเต็มทุกบิล มั่นคงปลอดภัย รัฐบาลเป็นประกันอนาคตดับสลาย! สาวเจ้าของร้านเสื้อผ้าวัย 30 ดิ่งตึกชั้น 5 ห้างดังย่านลาดพร้าว เครียดธุรกิจ-โรครุมเร้า
กระทู้อื่นๆในบอร์ด ข่าววันนี้
น้ำท่วมพื้นที่นาข้าวนับร้อยไร่ หลังเขื่อนพิมายเร่งระบายน้ำสลดใจ! หญิงวัย 28 คลอดลูกแล้วทิ้งในป่าข้างโกดังไฟเขียว! 23 การพนัน เล่นได้ ไม่ผิดกฎหมาย แต่มีเวลา ต้องรู้!**บอสพอลเคลื่อนไหวหลังให้ปากคำตำรวจ**
ตั้งกระทู้ใหม่